ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ 2024

     ວິທະຍຸ​ກະຈາຍສຽງ​ຫວຽດ ນາມ​ລາຍ​ງານ ​ວັນ​ທີ 16 ມັງກອນ; ທ່ານ ຟ້າມ​ ມິງ ​ຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມ​ດ້ວຍ
​ພັນ​ລະ​ຍາ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ໄດ້​ເດີນທາງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ ຄັ້ງ​ທີ 54 ຂອງ​ເວທີ​ປາ​ໄສ​ເສດ ຖະກິດ
​ໂລກຢູ່ດາ​ວອດ, ປະເທດສະ​ວິດ (WEF Davos 2024).

     ການເຄື່ອນໄຫວ​ຄັ້ງ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຈະ​ເປັນ​ປະທານ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ໃນ​ເຫດການ​ຕ່າງໆ​ ໃນ
​ຂອບ​ເຂດ​ກອງ​ປະຊຸມ WEF Davos 2024, ເປັນຕົ້ນ ການ​ໂອ້​ລົມ​ສົນທະນາ​ດຶງ​ດູດ​ການ​ລົງທຶນ​ໃນ​ຂົງເຂດ​ເຄິ່ງ​ຊັກ​ນຳ​ໄຟຟ້າ; ກອງ
​ປະຊຸມ​ເຈລະຈາ​ຍຸດ​ທະ​ສາດ​ແຫ່ງ​ຊາດ ຫວຽດນາມ- WEF; ກອງ​ປະຊຸມ​ເຈລະຈາ​ນະໂຍບາຍ “ຫວຽດນາມ-ກຳນົດ​ທິດ​ວິໄສ​ທັດ​ທົ່ວ
​ໂລກ”; ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ການ​ຊຸກຍູ້​ບັນດາ​ກຳລັງ​ໜູນ​ການ​ເຕີບ​ໂຕ​ໃໝ່​ຢູ່ ຫວຽດນາມ; ວາລະ​ປຶກສາ​ຫາລື ດ້ວຍ​ຫົວຂໍ້ “ຊຸກ
ຍູ້​ບົດບາດ​ຮ່ວມ​ມື​ທົ່ວ​ໂລກ​ໃນ ອາ​ຊຽນ”.

     ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ໄດ້​ພົບ​ປະ​ກັບ​ທ່ານ​ສາດສະດາຈານ ເຄົາສ໌ ຊວາບ (Klaus Schwab), ຜູ້​
ກໍ່​ຕັ້ງ ທັງ​ເປັນ​ປະທານ​ບໍລິຫານ WEF; ພົບ​ປະ​ສອງ​ຝ່າຍ​ກັບ​ການ​ນຳ​ບັນດາ​ປະເທດ, ອົງ​ການຈັດຕັ້ງ​ສາກົນ ແລະ ວິ​ສາ​ຫະ​ກິດ WEF;
ພ້ອມ​ທັງ​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສົນທະນາ​ກ່ຽວ​ກັບ​ບົດຮຽນ, ປະສົບ​ການ ແລະ ຮູບ​ແບບ​ພັດທະນາ​ສູນ​ການ​ເງິນ​ສາ
ກົນ​ຂອງສະ​ວິດ; ຕ້ອນຮັບ​ການ​ນຳ​ບັນດາ​ກຸ່ມ​ບໍລິສັດ ແລະ ວິ​ສາ​ຫະ​ກິດ​ແຖວ​ໜ້າ​ຂອງ ສະ​ວິດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/01/2024